ຄວາມເປັນມາຂອງການສ້າງກອງ

ในห้อง 'ทวีป เอเซีย' ตั้งกระทู้โดย d.ling, 9 ตุลาคม 2009.

  1. d.ling

    d.ling สมาชิก

    วันที่สมัครสมาชิก:
    29 มกราคม 2009
    โพสต์:
    125
    ค่าพลัง:
    +23
    <TABLE class=seBlogEntryTable cellSpacing=0 cellPadding=0><TBODY><TR><TD vAlign=top>ຄວາມເປັນມາຂອງການສ້າງກອງ
    ຂຽນເມື່ອ: ມິ.ຖ.. 12, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
    [​IMG]ໜວດໝູ່: ປະຫວັດສາດ
    ເຖິງ: ທ່ານທັງຫຼາຍ ຫາກຕ້ອງການເອົາເຣື່ອງນີ້ໄປຕີພິມ ກະຣຸນາຕິດຕໍ່ຜູ້ຂຽນ, ຢ່າກ໊ອປປີໄປເປັນອັນຂາດ, ເພີຍແຜ່ໄດ້ສະເພາະທາງເນຕ ເທົ່ານັ້ນ.
    ---------------------------
    ອີກເຣື່ອງໜຶ່ງ ທີ່ພົບໃນຄັມພີໃບລານອັກສອນທັມ ກ່າວເຖິງອະນະກະສູຕ ເຊິ່ງເປັນພຣະ ສູຕໜຶ່ງ ພົບຫຼາຍໃນແຖວແຂວງບໍ່ແກ້ວ ເຊິ່ງຄັມພີວິນັຍດອກເດື່ອອ້າງວ່າ ປາກົດຢູໃນຄັມພີປາຣະ ຊຶກກັນ ມີເນື້ອໃນກ່າເຖິງ ການທີ່ພຣະພິກຂຸອອກສຽງສູດມົນ ແລະເທສນາທັມ ບໍ່ຖືກຕ້ອງຕາມອັກ ຂະຣະວິທີ ຈັດເປັນຄວາມຜິດຂັ້ນຮ້າຍແຮງງຢ່າງໜຶ່ງ ໂດຍໄດ້ອ້າງເຖິງເຣື່ອງຣາວທີ່ພຣະພຸດທະເຈົ້າຊົງ ຍົກອະນະກະສູດຂຶ້ນມາສະແດງ ເພື່ອປຽບທຽບການເອື້ອນສຽງຂຶ້ນ-ລົງ ໃນຂະນະສູດມົນ ຫຼືເທສນາທັມ ຂອງພິກຂຸວ່າ ເຮັດໃຫ້ເກີດອັກຂະຣະວິບັດ ທັ້ງນີ້ບົດສູດມົນ ຫຼືພຣະທັມຄຳສອນຂອງພຣະພຸດທະເຈົ້ານັ້ນ ນັບໄດ້ວ່າປະເສີດສຸດ ຢາກທີ່ຈະຫາສິ່ງມາປຽບທຽບອີກບໍ່ໄດ້ແລ້ວ ແລະບໍ່ຕ້ອງ ມີການປະດັບຕົກແຕ່ງຫຼືດັດແປງໃດໆອີກ ມີຄຸນຄ່າ ຄວາມສົມບູນຢູ່ແລ້ວ ປຽບເໝືອນຊາວເມືອງ ນຳເອົາກອງໄຊຍະມຸງຄຸນ ທີ່ມີຂະໜາດໃຫຍ່ ມີສຽງກ້ອງກັງວານຢ່ແລ້ວ ມາປະດັບຕົກແຕ່ງດ້ວຍ ສິ່ງຂອງມີຄ່າ ແຕ່ແລ້ວກອງໜ່ວຍນັ້ນກັໝົດຄຸນຄ່າລົງ ສຽງທີ່ເຄີຍດັງກ້ອງກັງວານກໍລັບຫາຍໄປ ບໍ່ດັງເໝືອນເດີມ ອະນະກະສູດມີເນື້ອຄວາມດຍຫຍໍ້ດັ່ງນີ້:
    ໃນສະໄໝໜຶ່ງພຣະອະນຸຣຸດຖະເຖຣະ ໄດ້ຈາຣີກໄປຍັງປ່າຫີມະພານ ໄດ້ພົບເຫັນເຜດ 500 ຕົວ, ນຸ່ງຫົ່ມຜ້າຈີວອນ ແລະຖີບາດຢູ່ ແຕ່ຮ່າງກາຍພັດມີແປວໄຟລຸກຖ້ວມຕົວ ຮ້ອງໃຫ້ດ້ວຍຄວາມ ຈັບປວດທໍຣະມານ ເມື່ອເຜດເຫຼົ່ານັ້ນໄດ້ເຫັນພຣະອະນຸຣຸດເຖຣະແລ້ວ ຈຶ່ງພາກັນເຂົ້າມາໄຫວ້ ແລ້ວກໍເລົ່າເຖິງບຸບພະກັມຂອງຕົນ ທີ່ໄດ້ທຳໄວ້ໃນສະໄໝຍັງມີຊີວິດຢູ່ວ່າ “ພວກຕົນເຄີຍເປັນພຣະ ພິກຂຸໃນພຣະພຸດທະສາສນາ ໄດ້ສູດມົນໂດຍຜິດສຽງອັກສອນວິທີ ແລະໄດ້ສະແດງທັມໂດຍໃສ່ ໃນທັມນອງຕ່າງໆ ເຊັ່ນນ້ຳຟາດໃຄ້, ໝາກນາວລ່ອງຂອງ ອ່ານກາບ ຂັບລຳນຳເປັນຕົ້ນ ເພາະຄິດ ວ່າເປັນສຽງທີ່ມ່ວນ ແຕ່ການກະທຳເຊັ່ນນີ້ ເຮັດໃຫ້ສຽງອັກຂະຣະ ພະຍັນຊະນະ ທີຄະ ຣັສສະ ຄຣຸ ລະຫຸ ສິຖິນ ທະນິຕ ສຳພັນທະ ວະວັຕຕິກະ ນິຄຄະຫິຕຕະ ວິມຸຕຕະ ໂສສະວັນນະ ອະໂຄສະ ວັນນະ ຊາຕິຖານະ ແລະມາຕຣາ ເກີດອັກສອນວິບັຕ ເຖິງວ່າມີຄົນວ່າກ່າວຕັກເຕືອນກໍບໍ່ເຊື່ອ ເມື່ອພວກົນຕາຍລົງ ຈຶ່ງເກີດເປັນເຜດຢູ່ຢ່າງທີ່ເຫັນທຸກວັນນີ້ ຈາກນັ້ນກໍຂໍໃຫ້ພຣະມະຫາອະນຸຣຸດເຖ ຣະຊ່ວຍບອກວ່າ ພວກຕົນຂະພົ້ນຈາກວິບາກກັມ ພຣະມະຫາອະຣຸຣຸດ ພຣະອະນຸຣຸດທະເຖຣະ ຈຶ່ງຕອບວ່າ ຕົວທ່ານບໍ່ຮູ້ ຜູ້ທີ່ສາມາດຕອບຄຳຖາມນີ້ໄດ້ ມີແຕ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ພຣະອົງດຽວເທົ່ານັ້ນ ດັ່ງພຣະອະນຸຣຸດທະເຖຣະຈຶ່ງນຳຄວາມນັ້ນມາຂາບທູນຖາມພຣະພຸດ ທະເຈົ້າ ເຊິ່ງພຣະອົງຊົງຕັດແກ່ພຣະອະນຸຣຸດທະເຖຣະວ່າ ເຜດເຫຼົ່ານັ້ນພຣະອົງກໍຊົງເຄີຍເຫັນແລ້ວ ໃນສະໄໝ ທີ່ຕັດສະຮູ້ໃຕ້ຕົ້ນສີມະຫາໂພທິ, ແຕ່ບໍ່ມີຜູ້ໃດເຫັນ ທ່ານໄດ້ເຫັນກໍດີແລ້ວ ພວກເຜດເຫຼົ່າ ນັ້ນເຄີຍເປັນພຣະພິກຂຸໃນສະໄໝພຣະພຸດທະເຈົ້າຊົງພຣະນາມວ່າກັສສະປະ ແຕ່ສູດມົນຜິດອັກສອນວິທີ ສແດງທັມໂດຍໃສ່ທຳນອງ ເຮັດໃຫ້ອັກສອນວິບັດ ເມື່ອຕາຍໄປແລ້ວໄດ້ເກີດໃນອະເວ ຈີນານເຖິງ 1 ກັບ, ເມື່ອພົ້ນຈາກອະເວຈີແລ້ວຈຶ່ງໄດ້ມາເກີດເປັນເຜດດັ່ງທີ່ເຫັນ ເມື່ອພຣະສີອະຣິ ຍະເມຕຕຣັຍໄດ້ມາຕັດຮູ້ເປັນພຣະພຸດທະເຈົ້າ ເຊິ່ງດຳຣົງພຣະຊົນຊີບນານເຖິງ 80.000 ປີ ຈົນເຖິງຍຸກທີ່ໄຟມ້າງກັບເມື່ອໃດ ເຜດເຫຼົ່ານັ້ນຈຶ່ງພົ້ນຈາກວິບາກກັມ ທີ່ເຄີຍທຳໄວ້ ເມື່ອພຣະພຸດະເຈົ້າ ຊົງຕັດບອກວິບາກກັມ ເຜດເຫຼົ່ານັ້ນ ແກ່ພຣະມະຫາອະນຸຣຸດທະເຖຣະຈົບແລ້ວ ພຣະອົງຈຶ່ງຍົກ ເອົາອະນະກະສູດມາເທສນາແກ່ພຣະພິກຂຸທັງຫຼາຍວ່າ:
    ໃນອະດີດຕະການລ່ວງມາແລ້ວ ພຣະໂພທິສັດໄດ້ສະເຫວີຍຊາດເປັນພຣາມປຸໂຣຫິຕາ ຈາຣຍ໌ ໃນເມືອງພາຣາຣະສີ ເຊິ່ງມີພຣະຍາພຣົມມະທັຕະຣາຊ ສະເຫວີຍຣາຊະສົມບັດຢູ່ ໃນສະໄໝນັ້ນມີປູໃຫຍ່ໂຕໜຶ່ງ ໄດ້ຕາຍແລ້ວຖືກນ້ຳພັດເອົາຄີບປູມາແຄມຫາດ ຊາວເມືອໄດ້ເຫັນ ຈຶ່ງໄດ້ນຳຄີບປູມາຖວາຍພຣະຍາພຣົມມະທັຕຕະຣາຊ ພຣະອົງຊົງເຫັນວ່າຄີມປູມີຂະໜາດໃຫຍ່ ຈຶ່ງສັ່ງໃຫ້ ຊ່າງນຳໄປສ້າງເປັນກອງໄຊຍະມຸງຄຸນ ເມື່ອເຮັດສຳເຣັດແລ້ວຈຶ່ງນຳກອງນັ້ນມາຕີເບິ່ງ ປາກົດວ່າ ກອງທ່ີເຮັດຈາກຄີມປູນັ້ນດັງກ້ອງກັງວານໄປທົ່ວທຸກສາຣະທິດ ແລະດັງໄປທົ່ວເມືອງພາຣານະສີ ເຊິ່ງກວ້າງ 12 ໂຍດ, ບັນດາເສນາອຳມາດຈຶ່ງປຶກສາກັນແລ້ວຂາບທູນໃຫ້ພຣະຍາພຣົມມະທັດ ຊາບ ເມື່ອພຣະຍາພຣົມມະທັດຊາບແລ້ວ ຊົງເຫັນວ່າກອງໜ່ວຍນັ້ນມີເດຊານຸພາບຫຼາຍ ຄວນທີ່ ຈະປະດັບຕົກແຕ່ງໃຫ້ສວຍງາມຍິ່ງຂຶ້ນ ຄັນໄດ້ປະດັບຕົກແຕ່ງສຳເຣັດແລ້ວ ລອງຕີກອງເບິ່ງ ປາກົດວ່າກອງໄຊຍະມຸງຄຸນ ທີ່ເຄີຍດັງກັງວານສະໜັ່ນກອງໄປທົ່ວສາຣະທິດນັ້ນ ກັບບໍ່ໍດັງກັງວານເໝືອນເດີມ ພຣະຍາພຣົມມະທັດ ແລະເສນາອາມາດຈຶ່ງເກີດຄວາມສົງໄສ ຈຶ່ງໄດ້ປຶກສາກັບພຣາມປຸໂຣຫິຕຣາຈາຣຍ໌ ເມື່ອພຣາມປຸໂຣຫິຕຣາຈາຣຍ໌ໄດ້ພິຈາຣະນາເບິ່ງກອງແລ້ວ ກໍຂາບທູນວ່າ ແຕ່ເດີມກອງໜ່ວຍໜັ້ນ ກໍດັງກັງວານມີເດຊານຸພາບຢູ່ແລ້ວ ການທີ່ນຳເອົາສິ່ງຕ່າງໆ ທີ່ຄົນທົ່ວໄປຄິດວ່າ ສວຍງາມ ແລະມີຄ່າມາປະດັບຕົກແຕ່ງກອງນັ້ນຈະໃຫ້ເກີດເດຊານຸພາບ ຂອງກອງນັ້ນດີຂຶ້ນ ທ່ີແທ້ບໍ່ເປັນເຊັ່ນນັ້ນ ເມື່ອຊາບເຊັ່ນນັ້ນພຣະຍາພຣົມມະທັດຕະຣາຊກໍສັ່ງໃຫ້ຊ່າງນຳເອົາສິ່ງປະ ດັບ ຕົກແຕ່ງກອງໄຊຍ໌ນັ້ນອອກໃຫ້ໝົດແລ້ວລອງຕີອີກຄັ້ງ ປາກົດວ່າກອງໄຊຍະມຸງຄນນັ້ນ ກໍມີສຽງດັງກັງວານເໝືອນເດີມ.
    ພຣະພຸດທະເຈົ້າຊົງຕັດວ່າ ດູກ່ອນພິກຂຸທັງຫຼາຍ ອັນວ່າກອງຄີບູນັ້ນ ປຽບເໝືອນພຣະພຸດທະວະຈະນະທີ່ຊົງສະແດງໄວ້ດີແລ້ວ ຖືກຕ້ອງຕາມອັກຂະຣະວິທີປາລີແລ້ວ ຍ່ອມເປັນຄຳສອນທີ່ ປະເສີດ ສາມາດນຳສັດໂລກໃຫ້ບັນລຸພຣະນິບພານໄດ້ ການປະກັບຕົກແຕ່ງກອງຄີມປູນັ້ນ ປຽບ ເໝືອນການນຳຄຳສອນຂອງພຣະພຸດທະເຈົ້າໄປດັດແປງໃໝ່ ອອກສຽງບໍ່ຖືກຕ້ອງຈົນອັກຂະຣະວິ ບັດ ພິກຂຸອົງໃດມີອະວິຊຊາເຂົ້າວ່າການສູດມົນ ແລະການເທສນາທັມເປັນທຳນອງຕ່າງໆເຊັ່ນນັ້ນ ເປັນການສະແດງຄວາມສາມາດຂອງຕົນ ຜູ້ຄົນມັກຟັງ ເພາະຄວາມມ່ວນໜ້າຟັງ ມີການໃສ່ລຳ ນຳ ຂັບຊໍ ແລະປີ່ພາດ ເປັນສິ່ງທີ່ຜິດພຣະທັມມະວິໄນ ເປັນການທຳບາບທັງຜູ້ສູດມົນ ຫຼືຜູ້ເທດແລະຜູ້ຟັງ ເມື່ອຕາຍໄປແລ້ວຕ້ອງຕົກນະຣົກອະເວຈີເໝືອນກັບເຜດ 500 ຕົນ ທີ່ພຣະມະຫາອະນຸ ຣຸດເຖຣະເຫັນທີປ່າຫິມະພານນັ້ແລ.


    </TD></TR></TBODY></TABLE>
    <TABLE class=seBlogEntryTable cellSpacing=0 cellPadding=0><TBODY><TR><TD vAlign=top>ວັດທະນະທັມລ້ານຊ້າງໂດດເດັ່ນໃນປະເທດໄທຍ
    ຂຽນເມື່ອ: ພ.ພ.. 2, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
    [​IMG]ໜວດໝູ່: ປະຫວັດສາດ
    ປະຫວັດສາດໄທຍ ທີ່ກ່າວເຖິງວ່າຄົນລາວເຂົ້າໄປຢູ່ປະເທດໄທຍນັ້ນ ແມ່ນຈະເນັ້ນວ່າ "ອົບພະຍົບເຂົ້າໄປເພິ່ງໂພທິສົມພານ" ແລະເຕັມໄປໂດຍການອົບພະຍົບ ຄື ຄົນລາວບໍ່ໄດ້ເປັນເຈົ້າຂອງດິນແດນທີ່ເປັນສ່ວນໃດສ່ວນໜຶ່ງຂອງປະເທດໄທຍນັ້ນແມ່ນແຕ່ເລັກນ້ອຍ ໂດຍສະເພາະດິນແດນອີສານ, ໃນຄວາມໝາຍຄຳວ່າ "ອົບພະຍົບ" ໝາຍຄວາມວ່າ ເຄື່ອນຍ້າຍຈາກທີ່ໜຶ່ງມາຢູ່ອີກທີ່ໜຶ່ງ.
    ເຊິ່ງອິງຕາມປະຫວັດສາດທີ່ກ່ຽວກັບຄົນເຊື້ອສາຍລາວສ່ວນໃຫຍ່ໃນພາກກາງຂອງປະທດໄທຍ, ການອົບພະຍົບຂອງຄົນລາວເຂົ້າສູ່ປະເທດໄທຍ໌ນັບຕັ້ງ ແຕ່ກ່ອນປະຫວັດສາດ ເຊິ່ງຖືວ່າມະນຸດກຸ່ມແຮກໃນຄວາມໝາຍທາງປະຫວັດສາດໄທຍນັ້ນ ແມ່ນພວກລວ້ະ, ໄປຕັ້ງອານາຈັກຕ່າງຕັ້ງແຕ່ສະໄໝທວາຣະລະວະດີ(ເມືອງປາກທາງ) ໄດ້ແກ່ອານາຈັກລົບບູຣີ ແລະນະຄອນປະຖົມເປັນຕົ້ນ ເລື້ອຍມາຈົນເຖິງອານາຈັກສຸໂຂໄທ ອາຍຸທະຍາ, ແລະທີ່ເຫັນເປັນປາຈັກ ແລະມີຫຼັກຖານຢ່າງຫຼວງຫຼາຍແມ່ນໃນສະໄໝຣັດຕະນະໂກສິນ, ການອົບພະຍົບຂອງຄົນລາວເຂົ້າສູ່ແດນລາວໃນຍຸກນີ້ ຕາມຄວາມໝາຍທາງປະຫວັດສາດໄທຍ໌ ແມ່ນໜີສົງຄວາມ, ການໜີສົງຄາມໃນຕອນຕົ້ນຣັດຕະນະໂກສີນ ຄືຫຼັງ ຄ.ສ ໑໗໗໙ ແລະຫຼັງປີ ຄ.ສ ໑໘໒໗ ນັ້ນແມ່ນສົງຄາມລະຫວ່າງສຍາມ-ລາວ(ທີ່ບອກວ່າສົມຄາມ ສຍາມ-ລາວ ເພາະສົງຄາມ ໒ ຄັ້ງລະຫວ່າງລາວ-ສຍາມນັ້ນ ຄື ສຍາມເປັນຜູ້ກະທຳ ສ່ວນລາວເປັນຜູ້ຖືກກະທຳ) ຄົນ ລາວອົບພະຍົບເຂົ້າສູ່ສຍາມຄັ້ງນີ້ ເຕັມໄປດ້ວຍການກວາດຕ້ອນເອົາຄົນລາວໄປເປັນຂ້າທາດ ເນື່ອງຈາກຂະນະນັ້ນ ສຍາມກຳລັງຕິດຕໍ່ກັບຊາດຕະເວັນຕົກ ໃນຍຸກລ່າອະນານິຄົມ ໄທຍ໌ ຕ້ອງການຜລິດສິນຄ້າສົ່ງອອກ ຈຶ່ງຕ້ອງການແຮງງານ ສຍາມເອງກໍຕ້ອງການກຳລັງພົນຍາມສົງຄາມ ດ້ວຍເຫດນັ້ນສຍາມຈຶ່ງທຳສົງຄາມ ເພື່ອແຍ້ງປະຊາຊົນເອົາໄປເປັນທາດ ສະນັ້ນເຮົາຈຶ່ງເຫັນການອົບພະຍົບຄົນລາວເຂົ້າສູ່ໄທຍ໌ຄັ້ງນີ້ ຈຶ່ງເປັນການອົບພະຍົບດ້ວຍການ "ກວາດຕ້ອນ, ບັງຄັບ, ຄູ່ເຂັນ ຫຼືຕົວະຍົວະ", ກ່າວໄດ້ວ່າຄົນລາວໃນຫົວເມືອງສຳຄັນໆນັ້ນເກືອບບໍ່ເຫຼືອຫຼໍ່.

    [​IMG]

    (ພາບຈຳລອງວັດສະໄໝລ້ານຊ້າງ ໃນພາກອີສານ ທີ່ເມືອງບູຮານ)
    ເມື່ອປະຫວັດສາດກ່າວເຖິງຄົນລາວອີສານນັ້ນ ສ່ວນໃຫຍ່ຈະເນັ້ນໃນຍຸກຂອງພຣະວໍພຣະຕາ ເຊິ່ງໄດ້ອອກຈາກວຽງຈັນ ໄປສູ່ໜອງບົວລຳພູ ແລ້ວໄປຕັ້ງຖານທັບທີ່ເມືອງດອກບົວ(ອຸບົນ) ໃນຍຸກນີ້ໄທຍ໌ວ່າ "ຊາວລາວໄປເພິ່ງໂພທິສົມພານສຍາມ" ແລ້ວກໍດຶງເອົາຊາວລາວອີສານທັງໝົດເຂົ້າໄປເປັນບຸກຄົນອຸພະຍົບອີກ, ໃນຄວາມໝາຍຂອງປະຫວັດສາດອີສານທຸກແຂວງ ລ້ວນແລ້ວແຕ່ເນັ້ນເຖິງປະຫວັດສາດພຣະວໍພຣະຕາທັງໝົດ ຈຶ່ງເຮັດໃຫ້ປະຫວັດສາດຂອງອີສານຄັ້ງນີ້ ເປັນຈຸດແຍກຂອງປະຫວັດສາດອີສານໄປເລີຍ.

    ເຖິງຢ່າງໃດກໍຕາມ ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຈົນຮອດຍຸກກາງຂອງປະຫວັດສາດ ຈະເຫັນການເຄື່ອນຍ້າຍຂອງຄົນລາວ ລົງສູ່ພາກກາງ ແລະພາກໃຕ້ຂອງປະເທດໄທຍ໌ ໂດຍສະເພາະແລ້ວ ແມ່ນດິນແດນອີສານນັ້ນປະຫວັດສາດທັງລາວ ແລະໄທຍ໌ກໍຮັບຮອງຢ່າງປະຕິເສດບໍ່ໄດ້ວ່າ ນັບແຕ່ປີ ໑໘໕໘ ກັບຄືນໄປນັ້ນ,(ຄືຫຼັງສົງຄາມສຍາມສຍາມ-ລາວ ສະໄໝພຣະເຈົ້າອະນຸ) ອານາຈັກລ້ານຊ້າງ ແລະອານາຈັກຣັດຕະນະໂກສິນ ກໍເປັນທີ່ປະຈັກຢູ່ແລ້ວວ່າເປັນອານາຈັກຂອງ ໒ ຊົນຊາດທີ່ມີເອກະລັກທາງວັດທະນະທັມ ການເມືອງ ແລະການປົກຄອງຢ່າງເປັນ ອິດສະຫຼະແກ່ກັນຢູ່ແ້ລ້ວ ກໍຄື ອານາຈັກລ້ານຊ້າງເປັນຂອງຊົນຊາດລາວ ອານາຈັກທົນບູຣີ-​ຣັດຕະນະໂກສິນ(ສ້າງຂຶ້ນໃໝ່)ເປັນຂອງຄົນສຍາມ ເຖິງວ່າຄົນລາວທີ່ຢູ່ໃນດິນແສນສຍາມສ່ວນຫຼາຍ ກໍຕາມວ່າກຳນາດຣັດ ແລະອຳນາດທາງການເມືອງນັ້ນ ປົກຄອງໂດຍສະສຍາມ, ສ່ວນອານາຈັກລ້ານຊ້າງນຂະນະນັ້ນ ເຖິງວ່າຈະຖຶກກວາດຕ້ອນປະຊາຊົນໄປຍັງສຍາມຫຼາຍພຽງໃດກໍຕາມ ແຕ່ອຳນາດຣັດ ແລະອຳນາດທາງການເມືອງນັ້ນແມ່ນຂອງຄົນລາວ ຈຶ່ງເຮັດໃຫ້ລ້ານຊ້າງ ແລະຣັດຕະນະໂກສິນ ເປັນດິນແດນທີ່ ແຕ່ກຕ່າງທາງການເມືອງຢ່າງຈະແຈ້ງ ມີລາວ ແລະສຍາມເປັນເຈົ້າຂອງອານາຈັກຂອງໃຜຂອງມັນ.

    ເມື່ອເຫັນຫຼັກຖານທາງປະຫວັດສາດເຊັ່ນນີ້ ເຮົາຈຶິ່ງເຫັນວ່າວັດທະນະທັມ ທາງພາສາ, ສາສນາ, ສະຖາປັດຕະຍະກຳ, ປະຕິມາກັມ, ຮີດຄອງປະເພນີ ແລະຄວາມເຊື່ອຂັ້ນ ພື້ນຖານຂອງລາວ ໃນສຍາມພົ້ນເດັ່ນໃນດິນແດນໄທຍ໌ແຕ່ອະດີດເທົ່າຮອດປັດຈຸບັນ, ສິ່ງຕ່າງໆເຫຼົ່ານີ້ເຮົາອາດປະຕິເສດບໍ່ໄດ້ວ່າ ເມື່ອຄົນຈຳນວນຫຼາຍ ເປັນເຈົ້າຂອງປະເທດແລ້ວ ຈະບໍ່ນຳເອົາວັດທະນະທຳຂອງຕົນໄປຜັນຂະຍາຍໃນດິນແດນຕອນນັ້ນແມ່ນບໍ່ມີ ໂດຍສະເພາະວັດທະນະທຳຈາຣີດ ປະເພນີ ອັນເປັນວັດທະນະ ທຳທີ່ເຄື່ອນຍ້າຍໄດ້ງ່າຍ ຊິບໍ່ໄດ້ຖືກຜັນຂະຫຍາຍໃນສັງຄົມຂອງພວກເຂົາຊິມີບໍ ?.
    ເຖິງປະຫວັດສາດປະຕິເສດກໍຕາມ ແຕ່ຫຼັກຖານຄວາມຈິງ ແລະສິ່ງທັງຫຼາຍປາກົດໃຫ້ເຫັນເປັນປາຈັກ ເຖິງໃຜບໍ່ຂຽນໄວ້ ຫຼືຂຽນໄວ້ໃນຮູບທີ່ບໍ່ກົງກັບຄວາມຈິງ ແຕ່ມັນກະຈິງດັ່ງທີ່ມັນເປັນຈິງ ຂໍພຽງແຕ່ເຮົາສະແຫວງຄວາມຈິງ ເຮົາກໍຈັກເຫັນຈິງດັ່ງທີ່ເປັນ.
    [​IMG]

    ສີລປະສະຖາປັດຕະຍະກັມສີລປະກັມໄທຍ໌ ທຸກຄົນຕ້ອງໄດ້ອ້າງອີງ ໃນການສຶດສາ

    ອັນນີ້ຫຼັກຖານໜຶ່ງທີ່ນັກສຶກສາສີລປະກອນໃນໄທຍ໌ ຈັກຕ້ອງໄດ້ເອົາເປັນແມ່ນແບບ ແລະອ້າງອີງໃນການສຶກສາ ສະນັ້ນການຊິມຊັບວັດທະນະທັມຕັ້ງແຕ່ອະດີດ ແລະປັດຈຸບັນ ຈະປະຕິເສດແມ່ນບໍ່ໄດ້ເດັດຂາດ ເພາະຫຼັກຖານຫຼວງຫຼາຍໃນພາກອີສານຂອງໄທຍ໌

    </TD></TR></TBODY></TABLE>
    <TABLE class=seBlogEntryTable cellSpacing=0 cellPadding=0><TBODY><TR><TD vAlign=top>ຄ້ອງສັນຕິພາບ
    ຂຽນເມື່ອ: ມ.ນ.. 30, 2009 | ມີ 41 ຄຳເຫັນ ແລະ 0 trackback(s)
    [​IMG]ໜວດໝູ່: ປະຫວັດສາດ
    [​IMG]
    ຄ້ອງສັນຕິພາບ ທີ່ຄນະກັມມະການສັນຕິພາບໂລກໄດ້ມອບໃຫ້ລາວນັ້ນ ເປັນພຽງໜ່ວຍທີ ໔ ເທົ່ານັ້ນ ທີ່ຄນະກັມມະການສັນຕິພາບໂລກໄດ້ມອບໃຫ້ປະເທດຕ່າງໆ ໃນໂລກ
    ປະເທດລາວເຮົານັບວ່າ ເປັນປະເທດໜຶ່ງ ທີ່ມີສັນຕິພາບທີ່ສຸດ
    ສະນັ້ນ, ລາວເຮົາຄວນພູມໃຈ ໃນກຽດ ແລະສັກສີອັນນີ້

    ພັນລາວ.ຄອມ | ຊຸມຊົນອອນໄລນ໌ສາຍເລືອດລາວ - ໄດອາຣີ່ຂອງ ອະຣິຍະ(LXD)> ມາແຊັດ

    </TD></TR></TBODY></TABLE>
     
  2. d.ling

    d.ling สมาชิก

    วันที่สมัครสมาชิก:
    29 มกราคม 2009
    โพสต์:
    125
    ค่าพลัง:
    +23
    ຢາກເປັນຄົນງາມ ຢ່າວູວາມຄຽດງ່າຍ
    ຢາກເປັນຄົນສະບາຍ ຢ່າເບື່ອໜ່າຍຄວາມພຽນ
    ຖ້າຢາກເປັນຄົນຮັ່ງມີ ຢ່າດີແຕ່ຈ່າຍ
    ຖ້າຢາກເປັນຄົນນຳສະໄໝ ຢ່າທຳລາຍວັດທະນະທຳ
    ຖ້າຢາກເປັນຄົນມີກຽດ ຢ່າຢຽບຢາມຜູ້ອື່ນ
    ຢາກເປັນຄົນມີຄວາມຮູ້ ຢ່າລົບລູ່ຄູອາຈານ
    ຖ້າຢາກຫາຄວາມສຳລານ ຢ່າລ້າງຜານສົມບັດ
    ຖ້າຢາກເປັນຄົນມີອຳນາດ ຢ່າຂາດຄວາມຍຸດຕິທຳ
    ຖ້າຢາກເປັນຄົນດັງ ຢ່າຫວັງຄວາມສະຫງົບ
    ຢາກທຳຕົວແຂ່ງກັບສັງຄົມ ທາງແຫ່ງຄວາມຫຼົ້ມຈົ່ມຈະຕາມມາ
    ຖ້າເຮັດວຽກເຫັນແກ່ໜ້າ ທ່ານຈະພົບບັນຫາເລື້ອຍໄປ
     
  3. d.ling

    d.ling สมาชิก

    วันที่สมัครสมาชิก:
    29 มกราคม 2009
    โพสต์:
    125
    ค่าพลัง:
    +23
    ຢ່າເຮັດວຽກຈົນປວ່ຍຕາຍ
    ຢ່າມີຄວາມສຸກທີ່ຜີດສີນທັມ
    ຢ່າຈື່ແຕ່ເລື່ອງທີ່ໂຫດຮ້າຍ
    ຢ່າສະບາຍຈົນລືມໂຕ
    ຢ່າຢ້ານທີ່ຈະກ້າວໄປຂ້າງໜ້າ
    ຢ່າຖ້າໃຫ້ພະເຈົ້າມາຊ່ວຍ
    ຢ່າເປັນຄົນທີ່ເຫັນແຕ່ໄດ້
    ຢ່າໃຊ້ຄົນບໍ່ເໝາະກັບວຽກ
    ຢ່າຂາຍສັກສີແຫ່ງຄວາມເປັນມະນຸດ
    ຢ່າສົນໃຈແຕ່ເລື່ອງຂອງຕົນເອງ
    ຢ່າເກັ່ງຢູ່ຄົນດຽວ
    ຢ່າທ່ຽວເກີນຂອບເຂດ
    ຢ່າຊຳນານໃນເລື່ອງຊົ່ວໆ
    ຢ່າສະໜັບສະໜູນຄົນພານ
    ຢ່າຍົກເງີນຂື້ນເປັນພະເຈົ້າ
     
  4. d.ling

    d.ling สมาชิก

    วันที่สมัครสมาชิก:
    29 มกราคม 2009
    โพสต์:
    125
    ค่าพลัง:
    +23
    ຊາວໂລກຮູ້ຈັກແຕ່ທຳການຄ້າ ເພື່ອເພີ່ມຊັພສົມບັຕເກັບໄວ້ໃຫ້ບຸຕຫລານບໍ່ຮູ້ຈັກສ້າງສົມບຸນປາຣະມີ ເພື່ອໃຫ້ຄວາມຮົ່ມ
    ເຢັນເປັນສຸກຂ໌ ແກ່ລູກຫລານ ຊັພສົມບັຕເປັນຮູບປະທັມທີ່ມອງເຫັນ ບຸນກຸສົລເປັນອະຣິຍະຊັພທີ່ມອງບໍ່ເຫັນ ການເກັບ
    ຊັພສົມບັຕໄວ້ໃຫ້ລູກຫລານ ກໍ່ບໍ່ແນ່ວ່າລູກຫລານຈະສາມາດຮັກສາໄວ້ໄດ້ ຖ້າຫາກວ່າລູກຫລານອະກະຕັນຍູ ບໍ່ສືບທອດ
    ເຈຕນາຣົມ ຮູ້ແຕ່ໃຊ້ຮູ້ແຕ່ຜານ ບໍ່ຍອມປະກອບອາຊີບ ການເກັບສົມບັຕໃຫ້ລູກຫລານມາກເກີນໄປ ກັບກາຍຈະເປັນໂທດ
    ໃຫ້ແກ່ລູກຫລານ * ພາສິດກ່າວວ່າ* ສອນລູກຫນຶ່ງວິຊາ ດີກວ່າໃຫ້ທອງຄຳພັນຕຳລຶງແກ່ລູກຫລານ ຊຶ່ງເປັນການເຕືອນ
    ໃຈພວກປູ່ໂສມເຝົ້າຊັພ.
    ການສ້າງກຸສົລເພື່ອໃຫ້ລູກຫລານຈະເຣີນ ເປັນອະຣິຍະຊັພທີ່ມອງບໍ່ເຫັນ ຜູ້ທີ່ສ້າງສົມບຸນກຸສົລຍ່ອມໄດ້ລູກຫລານທີ່
    ດີ ສລາດ ແລະກະຕັນຍູ ເປັນກຽດແກ່ວົງຕະກູລ *ພາສິດກ່າວວ່າ* ລູກຫລານມີບຸນວາສນາຂອງເຂົາເອງ ຍ່າເປັນງົວ
    ຄວາຍໃຫ້ລູກຫລານ ດັ່ງນັ້ນຈົ່ງໃຫ້ຄວາມສຳຄັນແກ່ອະຣິຍະຊັພທີ່ເປັນນາມມະທັມ ຄື ບຸນກຸສົລ
    ຫນຶ່ງການທຳບຸນສ້າງກຸສົລ ຈົ່ງຈຳໄວ້ວ່າປັຈໃຈເງິນທອງ ຫລືສິ່ງຂອງ ທີ່ບໍຣິຈາກຈະຕ້ອງໄດ້ມາຢ່າງບໍຣິສຸທ ຖືກຕ້ອງ ບໍ່
    ເປັນເງິນທີ່ໄດ້ມາໂດຍການປະກອບອາຊີບທີ່ຕ້ອງຫ້າມດັ່ງນີ້
    1. ຄ້າຂາຍມະນຸດ
    2. ຄ້າຂາຍສັດທີ່ມີຊີວິຕ
    3. ຄ້າຂາຍອາວຸທ ເຄື່ອງມືຄ່າ ປະຫັດປະຫານ
    4. ຄ້າຂາຍຢາພິດ
    5. ຄ້າຂາຍຢາເສພຕິດ ຂອງມືນເມົາອັນທຳລາຍສະຕິ ແລະ ຊີວິຕ
    * ມິຈສາວະນິຊຊາ* ການຄ້າຂາຍ 5 ຢ່າງນີ້ພຣະພຸທອົງຄ໌ຊົງບັນຍັຕ ບໍ່ໃຫ້ອຸບາສົກ,ອຸບາສິກາ,ກະທຳໂດຍເດັດຂາດ.
     
  5. ติงติง

    ติงติง เป็นที่รู้จักกันดี

    วันที่สมัครสมาชิก:
    1 มีนาคม 2009
    โพสต์:
    38,276
    ค่าพลัง:
    +82,733
    น่าสนใจมากนะคะ
     

แชร์หน้านี้

Loading...