ວິທີແກ້ກັມ ສະເດາະເຄາະ

ในห้อง 'ทวีป เอเซีย' ตั้งกระทู้โดย d.ling, 9 ตุลาคม 2009.

  1. d.ling

    d.ling สมาชิก

    วันที่สมัครสมาชิก:
    29 มกราคม 2009
    โพสต์:
    125
    ค่าพลัง:
    +23
    ຊາວໂລກມັກສ້າງເວຣກັມໂດຍບໍ່ຮູ້ຕົວ ດັ່ງນັ້ນຖ້າຈະຫລີກລ່ຽງຈາກເວຣກັມກໍ່ຈົ່ງຢ່າກໍ່ເວຣສ້າງກັມ ຫລືບຽດບຽນຄິດທຳຮ້າຍຜູ້ອື່ນບໍ່ຫາເລື່ອງຫາລາວຫລືປັ້ນ
    ນ້ຳໃຫ້ເປັນຕົວວິພາກວິຈານ ນິນທາວ່າຮ້າຍຜູ້ອື່ນ ຮູ້ຈັກໃຫ້ອະພັຍ ອົດກັ້ນອົດທົນອ່ອນນ້ອມຖ່ອມຕົນ ກໍ່ຈັກບໍ່ມີເວຣກັມຕໍ່ກັນ,
    ຫລືຖ້າຫາກມີຫນີ້ກັມທີ່ສ້າງຈາກຊາຕປາງກ່ອນ ຕົກທອດເຖິງຊາດນີ້ເຈົ້າກັມນາຍເວຣກໍ່ຍ່ອມຈະມາທວງຄືນ ດັ່ງນັ້ນ ຜູ້ມີຫນີ້ກັມຖ້າບໍ່ຖືກໂລກພັຍບຽດບຽນ
    ກໍ່ມັກບໍ່ປະສົບຄວາມສຳເຣັຈໃນອາຊີບການງານ,ຊີວິຕມີແຕ່ບັນຫາອຸປະສັກນານາ ຫລືບໍ່ກໍ່ປະສົບອຸປະຕິເຫຕບາດເຈັບ ຫລືເສັຍຊັພເປັນຕົ້ນ
    ຖ້າຈະແກ້ເວຣກັມຂອງຊາຕກ່ອນ ກໍ່ຈົ່ງຢ່າໄດ້ໂທດຟ້າໂທດດິນຢ່າໃຈຄັບແຄບຕະຫນີ່ຖີ່ຫນຽວ ຕັ້ງຫນ້າຕັ້ງຕາທຳຄວາມດີຫມັ່ນສ້າງບຸນກຸສົລ ບໍ່ຂ້າສັດຕັດ
    ຊີວິຕ ເພື່ອເອົາກຸສົລນີ້ໄປໄຖ່ບາບ ຈຶ່ງຈະສາມາດແກ້ເວຣກັມ (ສະເດາະເຄາະ) ໄດ້ ພາສິດວ່າ *ເວຣຈົ່ງແກ້ ແຕ່ຢ່າກໍ່ * ເມື່ອເຮົາສ້າງກັມໃດກັມນັ້ນຈັກເປັນເງົາ
    ຕາມຕົວ ແມ້ຈະໄປວອນພຣະເຈົ້າ ກັມນັ້ນກໍ່ບໍອາດແກ້ໄດ້ ມີແຕ່ການທຳຄວາມດີ ສ້າງກຸສົລເທົ່ານັ້ນ ເຊັ່ນ: ພິມຫນັງສືໄຫ້ວພຣະ ສວດມົນຕ໌ ຫນັງສືທັມມະ
    ແຈກ ບັນຍາຍທັມ ຊີ້ນຳໃຫ້ຄົນລະຊົ່ວທຳດີ ຜົນບຸນເຫົ່ລານັ້ນແຮງຫລາຍ ເບື້ອງບົນຈຶ່ງຈະສາມາດອານຸຍາດໃຫ້ນຳບຸນນີ້ມາລົບລ້າງເວຣກັມ ເມື່ອນັ້ນຫນີ້ກັມ
    ຕ່າງໆ ກໍ່ຈັກຄ່ອຍໆ ຫມົດໄປ ທ່ານເອີຍ....!
     

แชร์หน้านี้

Loading...